ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເງິນລົງທຶນຈາກຕ່າງປະເທດໃນຫວຽດນາມ ເດືອນຕຸລາ ປີ 2023 ເພີ່ມຂຶ້ນ 54%

     ສໍານັກຂ່າວຫວຽດນາມ ລາຍງານວັນທີ 30 ຕຸລານີ້ວ່າ: ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຮູ້ວ່າມາຮອດ ວັນ
ທີ 20 ຕຸລາ 2023 ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ຈົດທະບຽນໃໝ່, ດັດປັບ ແລະ ປະກອບຊື້ຫຸ້ນ, ຊື້ທຶນເຂົ້າ ຫວຽດ
ນາມ ບັນລຸຫຼາຍ ກວ່າ 25,76% ຕື້ໂດລາ, ເພີ່ມຂຶ້ນ 14,7% ເມື່ອທຽບໃສ່ໄລຍະດຽວ ກັນຂອງປີກາຍ.

     ໃນນັ້ນ, ມີຫຼາຍກວ່າ 2.600 ໂຄງການໃໝ່ ທີ່ໄດ້ຮັບໃບທະບຽນການລົງທຶນໃໝ່, ເພີ່ມຂຶ້ນກວ່າ 66% ເມື່ອທຽບໃສ່ໄລຍະດຽວກັນ
ຂອງປີ 2022. ຈັດລຽງລໍາດັບຕາມຂະແໜງການ, ມີບັນດານັກລົງທຶນຕ່າງປະເທດຈໍານວນຫຼາຍ ໄດ້ລົງທຶນໃນຂະແໜງ ເສດຖະກິດແຫ່ງ
ຊາດ ຫວຽດນາມ. ໃນນັ້ນນຳໜ້າຍອດເງິນລົງທຶນແມ່ນຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດ, ຮອງລົງມາແມ່ນບັນດາຂະແໜງການອະສັງ
ຫາລິມະຊັບ, ການເງິນທະນາຄານ, ການຂາຍສົ່ງ-ຂາຍຍ່ອຍຕາມລຳດັບ. ຈັດລຽງລໍາດັບຕາມຄູ່ຮ່ວມ ມືລົງທຶນ, ໃນ 10 ເດືອນຂອງປີ 2023,
ມີ 108 ປະເທດ ແລະ ເຂດແຄ້ວນມີການລົງທຶນຢູ່ ຫວຽດນາມ.

     ໃນນັ້ນ ສິງກະໂປ ເປັນປະເທດນຳໜ້າທຽບໃສ່ຍອດເງິນໃນການລົງທຶນ ເຊິ່ງມີສູງເຖິງ 4,65 ຕື້ໂດລາສະຫະລັດ, ຮອງລົງມາແມ່ນ ສ.ເກົາ
ຫຼີ, ຮົ່ງກົງ, ຈີນ ແລະ ຍີ່ປຸ່ນ ຕາມລໍາດັບ. ຈັດລຽງລໍາດັບຕາມເຂດລົງທຶນ, ມີບັນດານັກລົງທຶນຕ່າງປະ ເທດ ໄດ້ລົງທຶນຢູ່ 55 ແຂວງ. ໃນນັ້ນ
ແຂວງ ກວາງນິງ ເປັນ ແຂວງນຳໜ້າທີ່ສາມາດດຶງດູດເງິນລົງທຶນຫຼາຍທີ່ສຸດ, ຮອງລົງມາແມ່ນແຂວງຫາຍຟ່ອງ, ນະຄອນຫຼວງ ຮ່າໂນ່ຍ, ນະຄອນ
ໂຮ່ຈີມິນ ແລະ ແຂວງ ບັກຢາງ ຕາມລໍາດັບ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/11/2023